ປະຈຸບັນ ສປປ ລາວ ໄດ້ມີກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມ (ສະບັບປັບປຸງ), ກົດໝາຍວ່າດ້ວຍມາດຕະຖານ, ກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ແລະ ລະບຽບການຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ລະບຽບການຂອງ ກະຊວງ ອຸດສະຫະກຳ ແລະ ການຄ້າ, ແລະ ລະບຽບການຂອງກະຊວງ ການເງິນ (ກົມພາສີ) ຊຶ່ງໄດ້ກຳນົດວ່າ ອຸປະກອນຄື້ນຄວາມຖີ່, ໂທລະຄົມມະນາຄົມ ແລະ ICT ຕ້ອງໄດ້ຮັບໃບຢັ້ງຢືນມາດຕະຖານເຕັກນິກ ເສຍກ່ອນ ຈຶ່ງອະນຸຍາດໃຫ້ນຳເຂົ້າ ແລະ ນຳໃຊ້ ໃນ ສປປ ລາວ ໄດ້, ຖ້າອຸປະກອນດັ່ງກ່າວ ບໍ່ໄດ້ຮັບໃບຢັ້ງຢືນມາດຕະຖານເຕັກນິກ ແມ່ນບໍ່ອະນຸຍາດໃຫ້ນຳເຂົ້າ ສປປ ລາວ ຢ່າງເດັດຂາດ
Since 2023, Laos has created, revised and endorsed many laws and regulations such as Law on Telecommunications, Law on Radio Frequency, Law on Standard, Regulation of Ministry of Technology and Communications on Type Approval, Declaration of Conformity (DoC), Label, Regulation of Ministry of Industry and Commerce on Conformity to Technical standard of goods/equipment. and Regulation of Ministry of Finance on Having type approval certificate from Department of Radio frequency (Ministry of Technology and Communications) before importation equipment.
Laos Type approval ດຳເນີນງານພາຍໃຕ້ບໍລິສັດ STK Service Private Enterprise. ທີມງານຂອງພວກເຮົາ ສາມາດຊ່ວຍທ່ານໄດ້ໃນການຂໍຮັບການຢັ້ງຢືນມາດຕະຖານເຕັກນິກ ຕາມກົດໝາຍລະບຽບການຂ້າງເທິ່ງ, ເຮັດໃຫ້ທຸລະກິດຂອງທ່ານດຳເນີນງານໄດ້ຢ່າງສະດວກ. ພວກເຮົາໃຫ້ບໍລິການຢ່າງມືອາຊີບ, ມີປະສົບການສູງ, ມີຄວາມຮູ້ ຄວາມສາມາດ ທາງດ້ານວິຊາສະເພາະ ແລະ ກົດໝາຍລະບຽບການ ກ່ຽວກັບ ການບໍລິການຂອງພວກເຮົາ ຢູ່ ສປປ ລາວ ເຊັ່ນ:
Laos Type approval team is working under STK Service Private Enterprise, our team can help you to process type approval certificate, DoC, Label with Ministry of Technology and Communications according to new regulations above, and can extend your business in Laos. Laos type Approvals team has many experiences, knowledge in the field of Radio frequency, Telecommunications and ICT to help you.
Our services in Laos including:
- ການຂໍໃບຢັ້ງຢືນມາດຕະຖານເຕັກນິກອຸປະກອນ ຄື້ນຄວາມຖີ່, ໂທລະຄົມມະນາຄົມ ແລະ ICT / Type Approval Certificate for Radio Frequency, Telecommunication and ICT equipment.
- ການຂໍໃບຕອບຮັບການແຈ້ງຄວາມສອດຄ່ອງມາດຕະຖານເຕັກນິກ / Declaration of Conformity
- ການຂໍກາໝາຍຢັ້ງຢືນທາງດ້ານເຕັກນິກ / Label
- ການຂໍໃບອະນຸຍາດນຳໃຊ້ຄື້ນຄວາມຖີ່ສຳລັບທຸກການສື່ສານໄຮ້ສາຍ / Radio frequency license for all Radiocommunication services
- ການຂໍຮັບໃບຢັ້ງຢືນຄື້ນຄວາມຖີ່ຂອງ Drone / Radio frequency certificate for Drone
- ການຂໍອະນຸຍາດນຳເຂົ້າອຸປະກອນ ຄື້ນຄວາມຖີ່, ໂທລະຄົມມະນາຄົມ ແລະ ICT / Importation license for Radio frequency, Telecommunication and ICT equipment
- ການຂໍອະນຸຍາດດຳເນີນທຸລະກິດ ດ້ານໂທລະຄົມມະນາຄົມ ແລະ ICT / Operation license on Telecommunications and Internet services
- ການຂໍໃບທະບຽນວິສະຫະກິດ / Business license
- ແລະ ອື່ນໆ / etc.